Monday, December 12, 2016

ວິທີໃຊ້ Find My iPhone ເພື່ອຊອກຫາ iPhone iPad ຂອງທ່ານງ່າຍໆ

ວິທີໃຊ້ find my iphone ເພື່ອຊອກຫາ iphone ipad ຂອງທ່ານງ່າຍໆ
Find My iPhone ໃຊ້ເພື່ອຊອກຫາ iPhone ຂອງທ່ານເວລາທ່ານເຮັດເສຍ



ກົດ > Settings


ກົດ > iCloud


ກົດ > Find My iPhone


ກົດ > ປຸ່ມສວິດເພື່ອເປີດໃຊ້  Find My iPhone


ຖ້ານີ້ເປັນ iPhone ເຄື່ອງຊື້ໃຫມ່ ຫຼື ວ່າທ່ານບໍ່ໄດ້ເປີດໃຊ້ Location Service
ກົດ > Settings


ກົດ > ປຸ່ມສວິດ ເພື່ອເປີດໃຊ້ Location Services


ທ່ານໄດ້ຕິດຕັ້ງ Find My iPhone ໃນ iPhone ອັັນມີຄ່າຂອງທ່ານແລ້ວ.
ເຮົາມາລອງຊອກຫາ iPhone ຂອງເຮົາກັນ


ກົດ > Find My iPhone  app ນີ້ໃຊ້ສຳຫລັບ ຊອກຫາ iPhone iPad ຂອງທ່ານ ( ໃນຄອມກໍ່ມີ )


ພິມ ລະຫັດ Apple ID
ກົດ > Sign In


ຖ້ານີ້ເປັນ iPhone ເຄື່ອງຊື້ໃຫມ່ ຫຼື ວ່າທ່ານບໍ່ໄດ້ເປີດໃຊ້ Send Last Location
ກົດ > Turn On


ຈຸດສີຟ້າໃນແຜນທີ່ຄື່ຈຸດ iPhone ຂອງທ່ານ
ກົດ > ຮູບ iPhone ຂອງທ່ານ


ກົດ > Action ຫຼື ຮູບ iPhone ຂອງທ່ານໃນແຜນທີ່


ຖ້າຫາກທ່ານ ເຮັດ iPhone ເສຍ ທ່ານສາມາດໃຊ້ 3 Options ນີ້
  1. Play Sound : ສົ່ງສຽງດັ່ງ ອອກມາ ( ປິດສຽງກະດັ່ງໄດ້ ) 
  2. Lost Mode : ລ້ອກ iPhone ຂອງທ່ານໄວ້
  3. Erase iPhone : ນີ້ເປັນສິ່ງສຸດທ້າຍທີ່ສິເຮັດ ຖ້າເຮົາໝົດຫວັງວ່າສິໄດ້  iPhone ກັບຄືນມາແລ້ວ ມັນສິສັ່ງລຶບຂໍ້ມູນຂອງທ່ານອອກເບີດ ແລະ ລຶບລະບົບ iOS ພ້ອມ ແລະ ເຮົາສິບໍ່ສາມາດຕິດຕາມຫາ  iPhone ຂອງເຮົາໄດ້ອີກແລ້ວ.



ເຮົາມາລອງຊອກຫາ iPhone ຂອງເຮົາຜ່ານ iPhone ຂອງຫມູ່ເຮົາລອງເບິ່ງ (ສົມມຸດວ່າເຄື່ອງເສຍ)


ກົດ > Find My iPhone


  1. ພິມ Apple ID ຂອງທ່ານ
  2. ພິມ ລະຫັດ ຂອງທ່ານ
  3. ກົດ > Sign In ( ລົງຊື່ເຂົ້າ )


ກົດ > ທີ່ຮູບ iPhone ຂອງທ່ານ


ທ່ານສິເຫັນຈຸດສີຂຽວພ້ອມຮູບ iPhone ຂອງທ່ານ ນັ້ນເປັນຈຸດ iPhone ຂອງທ່ານ ( ທີ່ເຮັດເສຍ )
ແລະຈຸດສີຟ້າເປັນຈຸດ iPhone ທີ່ທ່ານໃຊ້ຢູ່
ກົດ > ທີ່ຮູບ iPhone ຂອງທ່ານໃນແຜນທີ່


ນີ້ຄື 3 ອ້ອບຊັນ ທີ່ທ່ານສາມາດໃຊ້ໃນການຕິດຕາມຫາ  iPhone ຂອງທ່ານ
ອ້ອບຊັນທີ່ 1 ໃຊ້ໃນການຕິດຕາມ ເມື່ອເຮົາເຂົ້າໃກ້  iPhone ຂອງເຮົາແລ້ວກົດໃຫ້ມັນສົ່ງສຽງດັງ ອອກມາ

ທັ້ງໝົດນີ້ເປັນຂັ້ນຕອນໃນການ ຕິດຕາມຊອກຫາ  iPhone ຂອງເຮົາ ເມື່ອຍາມຈຳເປັນມາຮອດ
ແລະ ທາງທີ່ດີທີ່ສຸດ ຄື ຢ່າເຮັດເສຍ ເປັນການດີທີ່ສຸດ ເພາະ  iPhone ເປັນຂອງແພງຫລາຍ ( ຖ້າຄົນອື່ນເກັບໄດ້ ຄືສິບໍ່ມີຜູ້ໃດຢາກສົ່ງຄືນດອກ ).


ຖ້າທ່ານຄິດວ່າມີປະໂຍດຊ່ວຍ ກົດ + ກົດ Like ກົດ Share ໃຫ້ຄົນທີ່ຍັງເຮັດບໍ່ເປັນເຫັນແນ່.

No comments:

Post a Comment