Monday, December 12, 2016

ວິທີສ້າງ Gmail ໃນ iOS ຂອງ iPhone iPad Android ແລະ Windows ງ່າຍໆ

ວິທີສ້າງ gmail ໃນ ios ຂອງ iphone ipad android  ແລະ windows ງ່າຍໆ



ກົດທີ່ > Safari ( ຫລື Browser ຂອງ Android ຫລື Windows )


  1. ກົດ > ທີ່ຊ່ອງ Search ແລ້ວພິມ > accounts.google.com/signup > ແລ້ວ ກົດ > Go
  2. ພິມ ຊື່ຂອງທ່ານ
  3. ພິມ ນາມສກຸນຂອງທ່ານ
  4. ພິມ Username ຂອງທ່ານ > ແລ້ວເລືອກ Username ທີ່ໃຊ້ໄດ້
  5. ພິມລະຫັດຂອງທ່ານ (ແລ້ວ ຢ່າລືມຈົດໄວ້ເຜື່ອລືມ)
  6. ພິມລະຫັດ ອີກຄັ້ງ
  7. ເລືອກເດືອນເກິດ
  8. ເລືອກວັນເກິດ
  9. ເລືອກປີເກິດ
  10. ເລື່ອນໜ້າຈໍຂຶ້ນ


  1. ເລືອກ ເພດ
  2. ພິມເບີໂທຂອງທ່ານໃສ່
  3. ກົດ > Continue


  1. ເລື່ອນຈໍຂຶ້ນຈົນສຸດ
  2. ກົດ > I AGREE


ຖ້າຫາກທ່ານເຫັນໜ້າຈໍ > Welcome ! ໝາຍຄວາມວ່າທ່ານສ້າງສຳເລັດແລ້ວ
ທ່ານເຂົ້າໄປເຊັກເມລ ໄດ້ທີ່ > mail.google.com


ແລ້າຖ້າຫາກທ່ານເຫັນ > Verify your account ໃຫ້ ກົດ > Continue


  1. ພິມລະຫັດທີ່ໄດ້ຮັບຈາກ Smart Phone ຂອງທ່ານໃສ່
  2. ກົດ > Continue


ທ່ານຈະເຫັນໜ້າ > Welcome ! ທ່ານໄດ້ສ້າງອີເມລເປັນຂອງຕົນເອງສຳເລັດແລ້ວ
ທ່ານເຂົ້າໄປເຊັກເມລ ໄດ້ທີ່ > mail.google.com


ຍິນດີນຳທ່ານຫລາຍໆ !  ທ່ານສ້າງໄດ້ສຳເລັດແລ້ວ ທ່ານເກັ່ງອີຫຼີ.

ຖ້າທ່ານຄິດວ່າມີປະໂຍດຊ່ວຍ ກົດ + ກົດ Like ກົດ Share ໃຫ້ຄົນທີ່ຍັງເຮັດບໍ່ເປັນເຫັນແນ່.

No comments:

Post a Comment