Monday, December 12, 2016

ວິທີປິດ Voice Control ກັບ Siri ໃນ iOS ຂອງ iPhone iPad ແບບງ່າຍໆ

ວິທີປິດ voice control ກັບ siri ໃນ ios ຂອງ iphone ipad ແບບງ່າຍໆ



ວິທີປິດ Voice Control ມີ 2 ແບບ
  1. ເປີດ Siri ( ມັນສິປິດ Voice Control ໃຫ້ເອງ ) 
  2. ປິດ Siri ( ມັນດັນໄປເປີດ Voice Control ໃຫ້ ) ແລະ ປິດ Voice Control ໄປພ້ອມກັນ 
ຂ້ອຍສິສອນເຮັດວິທີທີ່ 2 ປິດ Siri ແລະ ປິດ Voice Control ໄປພ້ອມກັນ ( ເພາະມັນບໍ່ມີພາສາລາວ ແລະ ບາງເທື່ອມັນມັກລົບກວນເຮົາ ແລະ ໂທມັ່ວໃຫ້ເຮົາ ) ມາເລີ່ມກັນໂລ້ດ


ກົດ > Settings


ກົດ > General


ກົດ > Siri


ກົດ > ປຸ່ມ Siri Switch ເພື່ອເປີດໃຊ້ Siri ກ່ອນ


ກົດ > Enable Siri


ກົດ > Language


  1. ເລືອກພາສາອື່ນນອກຈາກ English ( ເລືອກ Thai ເພາະມັນບໍ່ມີ ລາວໃຫ້ເລືອກ )
  2. ກົດ > ຖອຍກັບ ກົດ > ຖອຍກັບ ອີກເທື່ອ ( ເພື່ອກັບໜ້າ Settings)


ກົດ > Touch ID & Passcode ( ລຸ້ນ 5 ລົງມາມີ ແຕ່  Passcode )


  1. ໃສ່ລະຫັດປົດລ້ອກໜ້າຈໍຂອງທ່ານ
  2. ກົດ > Done


  1. ກົດ > ທີ່ປຸ່ມ Siri Switch ( ເພື່ອປິດ Siri ທີ່ໜ້າຈໍລ້ອກ )
  2. ກົດ > ຖ້ອຍກັບ ( ກັບໜ້າ Settings)


ກົດ > General


ກົດ > Siri


ກົດ > ປຸ່ມ Siri Switch  ( ເພື່ອປິດ Siri )


ກົດ > Turn Off Siri   ເປັນອັນຈົບ

ເທົ່ານີ້ມັນກໍ່ບໍ່ຂຶ້ນມາກວນໃຈທ່ານອີກແລ້ວ ( ມັນສິບໍ່ໂທມັ່ວໃຫ້ເຮົາອີກ )

ຍິນດີນຳທ່ານຫລາຍໆ !  ທ່ານເຮັດໄດ້ສຳເລັດແລ້ວ

ຖ້າທ່ານຄິດວ່າມີປະໂຍດຊ່ວຍ ກົດ + ກົດ Like ກົດ Share ໃຫ້ຄົນທີ່ຍັງເຮັດບໍ່ເປັນເຫັນແນ່.


No comments:

Post a Comment